Free Domain Name

CO.CC:Free Domain

PunlaoHosting.com

PunlaoHosting.com

Link | ແນະນຳໃຫ້ໝູ່

ແນະນຳເວັບນີ້ຕໍ່ໃຫ້ໝູ່ ງ່າຍ ໆ ພຽງນຳ banner ຂະໜາດ 96x30 ນີ້ໄປຕິດໃນເວັບ ຫຼື profile ທີ່ທ່ານມີ

JoomlaLao.com

Who's Online | ມີໃຜແດ່

We have 2 guests online
ຍິນດີຕ້ອນຮັບ Print E-mail
Written by au8ust   
Sunday, 31 August 2008 21:07

ເປັນເວລາດົນແລ້ວທີ່ JoomlaLao.com ຖືກຳເນີດຂຶ້ນມາ ແຕ່ກັບບໍ່ໄດ້ມີຫຍັງຫຼາຍໄປກວ່າຊື່ເວັບ ດັ່ງນັ້ນ ເມື່ອມີເລີກງາມຍາມດີ ກໍ່ຈັດການຟອມເວັບໄຊຂຶ້ນມາໃໝ່ ຕິດຕັ້ງໃໝ່ໃຫ້ຮຽບຮ້ອຍ ແລະເລີ່ມຂຽນບົດຄວາມກ່ຽວກັບ Joomla! ຈົບຄົບດັ່ງທີ່ເຫັນນີ້ ໃຊ້ເວລາ ໗ ມື້ຕິດຕໍ່ກັນ.

ກໍ່ຫວັງວ່າ ເວັບໄຊແຫ່ງນີ້ຈະເປັນປະໂຫຍດຕໍ່ຜູ້ທີ່ສົນໃຈໃນການສຶກສາການສ້າງເວັບໄຊ ໂດຍໃຊ້ Joomla! ອັນເປັນ CMS ຍອດນິຍົມໃນຂະນະນີ້.

ພາຍໃນເວັບ ຈະແບ່ງການສອນອອກເປັນສາມສ່ວນຕາມລຳດັບຄວາມຍາກງ່າຍຄື ເບື້ອງຕົ້ນ, ລະດັບກາງ ແລະຂັ້ນສູງ ເຊິ່ງທ່ານຜູ້ອ່ານກໍ່ສາມາດເລືອກສຶກສາໄດ້ຕາມຄວາມສົນໃຈໄດ້ເລີຍ. ຫາກມີບັນຫາໃດທີ່ຕ້ອງການສອບຖາມ ກໍ່ສາມາດຂຽນໄດ້ໃນທ້າຍບົດຄວາມນັ້ນ ໆ ໃນສ່ວນຂອງການສະແດງຄຳຄິດເຫັນ ຫຼືຈະຂຽນລົງໃນເວັບບອດກໍ່ໄດ້ເຊັ່ນດຽວກັນ.

 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.