Free Domain Name

CO.CC:Free Domain

PunlaoHosting.com

PunlaoHosting.com

Link | ແນະນຳໃຫ້ໝູ່

ແນະນຳເວັບນີ້ຕໍ່ໃຫ້ໝູ່ ງ່າຍ ໆ ພຽງນຳ banner ຂະໜາດ 96x30 ນີ້ໄປຕິດໃນເວັບ ຫຼື profile ທີ່ທ່ານມີ

JoomlaLao.com

Who's Online | ມີໃຜແດ່

We have 2 guests online
JoomlaLao.com
ຄອສສອນ​ Joomla! ຈາກ JoomlaLao.com

 
ຍິນດີຕ້ອນຮັບ Print E-mail
Written by au8ust   
Sunday, 31 August 2008 21:07

ເປັນເວລາດົນແລ້ວທີ່ JoomlaLao.com ຖືກຳເນີດຂຶ້ນມາ ແຕ່ກັບບໍ່ໄດ້ມີຫຍັງຫຼາຍໄປກວ່າຊື່ເວັບ ດັ່ງນັ້ນ ເມື່ອມີເລີກງາມຍາມດີ ກໍ່ຈັດການຟອມເວັບໄຊຂຶ້ນມາໃໝ່ ຕິດຕັ້ງໃໝ່ໃຫ້ຮຽບຮ້ອຍ ແລະເລີ່ມຂຽນບົດຄວາມກ່ຽວກັບ Joomla! ຈົບຄົບດັ່ງທີ່ເຫັນນີ້ ໃຊ້ເວລາ ໗ ມື້ຕິດຕໍ່ກັນ.

ກໍ່ຫວັງວ່າ ເວັບໄຊແຫ່ງນີ້ຈະເປັນປະໂຫຍດຕໍ່ຜູ້ທີ່ສົນໃຈໃນການສຶກສາການສ້າງເວັບໄຊ ໂດຍໃຊ້ Joomla! ອັນເປັນ CMS ຍອດນິຍົມໃນຂະນະນີ້.

ພາຍໃນເວັບ ຈະແບ່ງການສອນອອກເປັນສາມສ່ວນຕາມລຳດັບຄວາມຍາກງ່າຍຄື ເບື້ອງຕົ້ນ, ລະດັບກາງ ແລະຂັ້ນສູງ ເຊິ່ງທ່ານຜູ້ອ່ານກໍ່ສາມາດເລືອກສຶກສາໄດ້ຕາມຄວາມສົນໃຈໄດ້ເລີຍ. ຫາກມີບັນຫາໃດທີ່ຕ້ອງການສອບຖາມ ກໍ່ສາມາດຂຽນໄດ້ໃນທ້າຍບົດຄວາມນັ້ນ ໆ ໃນສ່ວນຂອງການສະແດງຄຳຄິດເຫັນ ຫຼືຈະຂຽນລົງໃນເວັບບອດກໍ່ໄດ້ເຊັ່ນດຽວກັນ.

 
Joomla! 1.6 ອອກແລ້ວ Print E-mail
Written by au8ust   
Wednesday, 12 January 2011 10:49

Joomla! ອອກເວີຊັນ 1.6 ເຊິ່ງເປັນເວີຊັນໃໝ່ຫຼ້າສຸດຂອງຕອນນີ້ຫຼັງຈາກທີ່ປ່ອຍ beta ມາ 15 ຮຸ່ນ ແລະເວີຊັນ RC ອີກ 1 ຮຸ່ນ. ຖ້າເບິ່ງຈາກພາຍນອກຈະເຫັນວ່າ Joomla! 1.6 ໄດ້ຮັບການປັບປ່ຽນໜ້າຕາໄປພໍສົມຄວນ ທັງໜ້າເວັບ ແລະລະບົບ Admin ທີ່ມີການອອກແບບໃໝ່. ສ່ວນທີ່ສຳຄັນໄປກວ່ານັ້ນແມ່ນ ລະບົບພາຍໃນທີ່ມີການປ່ຽນແປງໃຫຍ່ໆ ຄື:

  • ລະບົບການຈັດການສິດທິແບບໃໝ່ ສາມາດກຳນົດໄດ້ວ່າຈະໃຫ້ໃຜສາມາດອ່ານ ຫຼືຈັດການເນື້ອຫາໄດ້.
  • ລະບົບການຈັດການໝວດໝູ່ທີ່ບໍ່ຈຳກັດ ຜູ່ເບິ່ງແຍງເວັບສາມາດສ້າງໝວດໝູ່ຕ່າງໆ ພາຍໃນເວັບເທົ່າໃດກໍໄດ້ຕາມແຕ່ຕ້ອງການ.
  • ອັບເດດ Extension ແບບຄລິກດຽວ ຕໍ່ໄປການອັບເດດ Extension ຈະເປັນເລື່ອງງ່າຍໆ ໂດຍສາມາດຄລິກອັບເດດໄດ້ຈາກ admin panel ເລີຍ (ເຊິ່ງ WordPress ເຮັດໄດ້ດົນແລ້ວ).
  • ຮອງຮັບ XHTML ໃນ Joomla! 1.6 ແມ່ນຖືກອອກແບບມາໃຫ້ເຂົ້າໄດ້ກັບມາດຕະຖານ XHTML ໂດຍກົງ.

ນອກຈາກຈຸດຫຼັກຂ້າງເທິງແລ້ວ ຍັງມີການປ່ຽນແປງອື່ນໆ ອີກເຊິ່ງສາມາດອ່ານໄດ້ໃນ http://docs.joomla.org/What%27s_new_in_Joomla_1.6

ທ່ານສາມາດດາວໂຫລດ Joomla! 1.6 ໄດ້ຈາກ http://joomlacode.org/gf/project/joomla/frs/?action=FrsReleaseBrowse&frs_package_id=5696

ສ່ວນການອັບເກຣດຈາກ Joomla! ເວີຊັນກ່ອນໜ້າໄປຫາ 1.6 ນັ້ນ ສຳລັບຕອນນີ້ຍັງບໍ່ມີ upgrade package ເທື່ອ.

 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.